ປູກໄມ້ ໃຫ້ປ່າ

ປູກປັນຍາ ໃຫ້ອນາຄົດ

ໂຮງຮຽນຂອງພວກເຮົານອກຈາກເນັ້ນກ່ຽວກັບວິຊາການ ແລະ ລະບຽບວິໄນແລ້ວ, ພວກເຮົາຍັງສະໜັບສະໜູນໃຫ້ນັກຮຽນພັດທະນາທັກສະຢ່າງຮອບດ້ານ ບໍ່ວ່າຈະເປັນ ກິລາ, ສິລະປະ, ດົນຕີ ແລະ ໄອທີອີກດ້ວຍ. ການຮຽນຮູ້ທັກສະຢ່າງຮອບດ້ານຈະຊ່ວຍໃຫ້ນັກຮຽນສາມາດຄົ້ນພົບຕົນເອງໄດ້ໄວຂຶ້ນ, ລວມເຖິງເປັນພື້ນຖານເພື່ອນຳໄປຕໍ່ຍອດໃນອະນາຄົດ.

ຄວາມໜ້າຮັກສົດໃສຂອງຫຼານນ້ອຍອະນຸບານ

ໄວອະນຸບານ

ເດັກເມື່ອອາຍຸໃນລະຫວ່າງ 3 ຫາ 5 ປີ ຖືວ່າເປັນຊ່ວງສຳຄັນຂອງພັດທະນາການ ເຊິ່ງຈຳເປັນຕ້ອງຮຽນຮູ້ການເຂົ້າສັງຄົມ, ຮຽນຮູ້ກ່ຽວກັບຕົວເລກ ແລະ ຕົວອັກສອນ. ເດັກໄວນີ້ຈະສາມາດຮຽນຮູ້ໄດ້ດີໂດຍການຫຼິ້ນຢ່າງສ້າງສັນໃນຮູບແບບຕ່າງໆ.

ເລີ່ມຕົ້ນອະນາຄົດທີ່ສົດໃສຂອງລູກທ່ານ